ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ l


   ໃນວັນທີ 23 ມິຖຸນາ 2023 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງ ທັບສະໄໝທີ l ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງ ທັບ, ພ້ອມດ້ວຍຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ, ມີກົມຈັດຕັ້ງພັກ, ກົມພະນັກງານ ກົມໃຫຍ່ການເມືອງກອງທັບຕະຫຼອດຮອດພະນັກງານ- ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ລາຍງານກ່ຽວການຈັດຕັ້ງ ກອງປະຊຸມຄັ້ງນີ້ ເປັນບັ້ນດໍາເນີນຊີວິດການ ເມືອງທີ່ເລິກເຊິ່ງເຖິງຖອງທັງໃນແງ່ການນຳພາລວມ ແລະ ບຸກຄົນໃນຄະນະພັກແຕ່ລະຂັ້ນ, ເປັນການປັບປຸງປົວແປງພາຍໃນທົ່ວອົງຄະນະພັກກົມໃຫຍ່ເຕັກນິກ ກອງທັບ ຕິດພັນກັບການຕີລາຄາປະເມີນຜົນຄະນະພັກ-ຄະນະນຳແຕ່ລະຂັ້ນ ເປັນປັດໄຈຕັດສິນໃນການປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງ ຖືວ່າເປັນບົດຮຽນອັນລໍ້າຄ່າ ສຳລັບອົງຄະນະພັກກົມໃຫຍ່ເຕັກນິກ ກໍຄືໃນທົ່ວພັກເຮົາທີ່ຕ້ອງໄດ້ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນຳພາ-ຊີ້ນຳ ໃນຊຸມປີ ຕໍ່ໜ້າ, ຕະຫຼອດໄລຍະການດໍາເນີນກອງປະຊຸມ ແຕ່ລະສະຫາຍ ໄດ້ປະຕິບັດຖືກຕ້ອງ ຕາມບາດກ້າວຂັ້ນຕອນທີ່ກຳນົດໄວ້, ມີບັນຍາກາດດີ ແລະ ມີຜົນໄດ້ຮັບສູງ ເປັນຕົ້ນແມ່ນ ຜົນຂອງການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຂອງເປົ້າໝາຍເຂົ້າຮ່ວມກອງປະຊຸມຕໍ່ຄະນະພັກແມ່ນມີຄະແນນນິຍົມສູງພໍສົມຄວນ, ການປະ ກອບຄຳຄິດເຫັນ ຕໍ່ບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕາງໜ້າແຕ່ລະຂົງເຂດວຽກງານແມ່ນ ໄດ້ຢັ້ງຢືນເຖິງໝາກຜົນຕົວຈິງ, ກ້າສະແດງອອກ ແລະ ຮັບເອົາບັນຫາທີ່ເຫັນວ່າຍັງອ່ອນຄົງຄ້າງ ລວມໄປເຖິງບົດສຳຫຼວດນຳພາລວມ ຂອງຄະນະບໍລິຫານງານ ພັກກົມໃຫຍ່ເຕັກນິກໃນໄລຍະກາງສະໄໝ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຄວາມເປັນເອກະພາບກັບແຕ່ລະບັນຫານຳກັນ, ອັນສຳຄັນແມ່ນແຕ່ລະສະຫາຍ ໄດ້ມີການສຳຫຼວດຕີລາຄາຕົນເອງ ແລະ ຄະນະພັກຢ່າງກົງໄປກົງມາດ້ວຍຄວາມຈິງໃຈ ແລະ ສ້າງສັນ ໃນຖານະເພື່ອນຮ່ວມງານທີ່ດີນຳກັນ ໂດຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງ ໄດ້ນຳເອົາເນື້ອໃນການຕຳນິສົ່ງຂ່າວຂອງສະມາຊິກພັກ-ພະນັກງານຫົວຈັກຫຼັກແຫຼ່ງ ມາລາຍງານໃຫ້ໝູ່ຄະນະພັກຮັບຮູ້ ແລະ ປະກອບຄຳເຫັນເພື່ອພ້ອມກັນຫັນປ່ຽນໄປໃນທິດທາງທີ່ສ້າງສັນ ແລະ ກ້າວໜ້າ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໃຫ້ກຽດໂອ້ລົມ ຫຼາຍບັນຫາສໍາຄັນ, ບາງຕອນໄດ້ເນັ້ນໃຫ້ຄະນະບໍລິຫານງານພັກກົມໃຫຍ່ເຕັກນິກກອງທັບ, ສືບຕໍ່ເຮັດວຽກງານສຶກສາອົມຮົມການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ທົ່ວເຖິງທຸກເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບປະກັນເຮັດໃຫ້ສະພາບພາຍໃນ ກົມໃຫຍ່ເຕັກເຕັກນິກ ມີຄວາມສະຫງົບໜັກ ແໜ້ນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາກົມກອງຢ່າງຮອບດ້ານ, ແກ້ໄຂຄວາມທຸກຍາກຂອງພະນັກງານ-ນັກຮົບ ໂດຍຕິດພັນກັບວຽກ ງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການເມືອງແຕ່ຂັ້ນກົມ ລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ການພັດທະນາດ້ານວັດທະນະທຳ - ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາ ທາງດ້ານເສດຖະກິດ, ປະຕິບັດບັນດາຄາດໝາຍຕົວຊີ້ວັດດ້ານການພັດທະນາແບບຍືນຍົງໃຫ້ໄດ້ຕາມຄາດໝາຍ, ພ້ອມກັນ ນັ້ນກໍຕ້ອງເພີ່ມທະວີການນໍາພາ - ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ, ສ້າງໃຫ້ມີຖັນແຖວພະ ນັກງານທີ່ໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາໃນການກໍ່ ສ້າງພັກ, ປະຕິບັດລະບອບແບບແຜນວິທີນຳພາຂອງພັກບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ເປັນເອກະພາບໃນທຸກຂົງ ເຂດວຽກງານ, ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບຕ່າງໆ ຢ່າງເຂັ້ມງວດ, ຖືສໍາຄັນການສ້າງພະນັກ ງານ, ເປັນຕົ້ນແມ່ນ ພະນັກງານຫຼັກແຫຼ່ງໃນຂົງເຂດວຽກງານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ຄົນດີ, ຄົນເກັ່ງ, ມີຄວາມຮູ້ຄວາມສາມາດ ໄດ້ຮັບການສະໜັບສະໜູນ ເຊື່ອໝັ້ນຈາກມະຫາຊົນ ແລະ ມີໂອກາດກ້າວຂຶ້ນ, ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຄື່ອນໄຫວຖືກ ຕ້ອງຕາມພາລະບົດບາດຂອງຕົນ, ຄະນະບໍລິຫານງານພັກກົມໃຫຍ່ເຕັກນິກກອງທັບ ຕ້ອງຍົກສູງຄວາມສາມາດນໍາພາ ຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂ ບັນຫາຕົວຈິງ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາການສະ ໜັບສະໜູນນໍາມາພັດທະນາກອງທັບ ເວົ້າລວມ, ເວົ້າສະເພາະແມ່ນພັດທະນາຂົງເຂດຂະແຂງການເຕັກນິກ ໃຫ້ນັບມື້ຈະເລີນກ້າວໜ້າ ແລະ ມີຄວາມເຕີບໃຫຍ່ ເຂັ້ມແຂງກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ:ຄໍາສອນ ພົມ​ໄຊ​ຍາ
ວັນທີ 27/06/2023